ບໍລິການບັນຊີ ແລະ ອາກອນຄົບວົງຈອນ
ຮັບວາງລະບົບບັນຊີ, ເຮັດບັນຊີປະຈຳເດືອນ ແລະ ປະຈຳປີ, ໃຫ້ຄຳປຶກສາດ້ານພາສີອາກອນ, ແຈ້ງອາກອນອອນລາຍ (TaxRIS), ປິດສົມດຸນບັນຊີ ແລະ ກະກຽມເອກະສານລາຍງານການເງິນ ຢ່າງຖືກຕ້ອງຕາມມາດຕະຖານ.
ພັດທະນາລະບົບ & ເວັບໄຊຕ໌ຕາມຕ້ອງການ
ຮັບອອກແບບ ແລະ ພັດທະນາເວັບໄຊຕ໌ອົງກອນ, ລະບົບຂາຍເຄື່ອງອອນລາຍ (E-Commerce), ລະບົບບໍລິຫານພາຍໃນ ແລະ ໂປຣແກຣມສະເພາະກິດ ທີ່ປັບແຕ່ງໃຫ້ເຂົ້າກັບຮູບແບບທຸລະກິດຂອງທ່ານ.
ຈຳໜ່າຍ ແລະ ຕິດຕັ້ງໂປຣແກຣມບັນຊີ & POS
ສະໜອງໂປຣແກຣມບັນຊີທັນສະໄໝ (Online/Cloud ແລະ Offline) ສາມາດອອກໃບເກັບເງິນອາກອນ (Tax Invoice) ຖືກຕ້ອງ, ພ້ອມທັງລະບົບຂາຍໜ້າຮ້ານ (POS) ສຳລັບຈັດການສະຕັອກ ແລະ ຍອດຂາຍປະຈຳວັນ.
ລະບົບບໍລິຫານບຸກຄະລາກອນ (HR) ຄົບຊຸດ
ໃຫ້ບໍລິການລະບົບຄຸ້ມຄອງຂໍ້ມູນພະນັກງານ, ຄິດໄລ່ເງິນເດືອນ (Payroll), ຈັດການວັນລາພັກ, ອາກອນ, ສປຊ ທີ່ສາມາດເຊື່ອມຕໍ່ກົງກັບເຄື່ອງສະແກນລາຍນິ້ວມື ເພື່ອຫຼຸດຂໍ້ຜິດພາດ ແລະ ປະຢັດເວລາ.
ກ້ອງວົງຈອນປິດ CCTV & ເຄື່ອງສະແກນ
ຮັບສຳຫຼວດ, ອອກແບບ ແລະ ຕິດຕັ້ງລະບົບກ້ອງວົງຈອນປິດ CCTV ຄວາມລະອຽດສູງ, ພ້ອມທັງລະບົບຄວບຄຸມການເຂົ້າ-ອອກປະຕູ (Access Control) ແລະ ເຄື່ອງສະແກນລາຍນິ້ວມື/ໃບໜ້າ ດ້ວຍມາດຕະຖານທີ່ໜ້າເຊື່ອຖື.
ອຸປະກອນໄອທີ & ອຸປະກອນ POS
ຈຳໜ່າຍອຸປະກອນໄອທີສຳລັບອົງກອນ ແລະ ຮ້ານຄ້າ ເຊັ່ນ: ຄອມພິວເຕີ, ເຄື່ອງພິມບິນຮູບແບບຕ່າງໆ, ເຄື່ອງສະແກນບາໂຄດ, ລີ້ນຊັກເກັບເງິນ, ຈໍສຳຜັດ POS ແລະ ອຸປະກອນ Network ອື່ນໆ ຄົບວົງຈອນ.
ຈົດໂດເມນ & ໂຮສຕິ້ງ ຈາກ HostAtom
ບໍລິການໃຫ້ເຊົ່າພື້ນທີ່ຝາກເວັບໄຊຕ໌ (Web Hosting) ແລະ ຈົດຊື່ໂດເມນເນມ ມາດຕະຖານສາກົນ ຄວາມສະຖຽນສູງ, ວ່ອງໄວ, ປອດໄພ ຈາກ HostAtom ພ້ອມບໍລິການເບິ່ງແຍງຕະຫຼອດຊົ່ວໂມງເຮັດວຽກ.